
Super User
ການແລກປ່ຽນບົດຮຽນ
ວັນທີ່ 10/1/2019 ສາມອົງກາຈັດຕັ້ງມະຫາຊົນ,ຊາວໝຸ່ມ,ກຳມະບານ,ແມ່ຍິງ ຂອງຮາກຖານວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ,ໄດ້ສ້າງຂະບວນການຕ້ອນຮັບກອງປະຊຸມ ໃຫ່ຍສາມຂັ້ນ ໂດຍການໄປແລກປ່ຽນບົດຮຽນ ກັບ ສາມອົງການຈັດຕັ້ງມະຫາຊົນຂອງຫ້ອງວ່າການ ເມືອງມະຫາໄຊ, ທີ່ເມືອງມະຫາໄຊ,ແຂວງຄຳມ່ວນ
ການຝຶກອົບຮົມ
ວັນທີ່ 9/01/2019 ທີ່ວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ,ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບເອົານັກສຶກສາຂອງສາຂາອາຫານ-ການໂຮງແຮມ ແລະ ທ່ອງທ່ຽວລົງຝຶກງານກັບສະຖານປະກອບການ
ອວຍພອນປີໃໝ່ 2019

ການພັດທະນາ
ວັນທີ່ 17/12/2018 ທີ່ ພາກວິຊາກະສິກຳ ວິທະຍາເຂດດົງກະແສນຂອງວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ, ໄດ້ມີການເຊັນສັນຍາການຮ່ວມມືMOU ລະຫວ່າງວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ(KTVC) ກັບ ທະນາຄານຮ່ວມພັດທະນາ(JDB) ເພື່ອປະຕິບັດໂຄງການເງີນກູ້ເພື່ອການສຶກສາ,ເປີດບັນຊີ,ເປີດບັດເອທີເອັມ ແລະ ອອກປະກັນໄຟຄຸ້ມຄອງອຸປະຕິເຫດ ໃຫ້ແກ່ນັກສຶກສາ ແລະ ຄູອາຈານ
ຂ່າວ ແລະ ກິດຈະກຳ
ວັນທີ່ 17/12/2018 ທີ່ວິທະຍາໄລເຕັກນິກ- ວິຊາຊີບແຂວງຄຳມ່ວນ,ໄດ້ມີການມອບລາງວັນ ໃຫ້ແກ່ຜູ້ທີ່ ຊະນະເລີດ ແລະ ຮອງຊະນະເລີດຂອງການ ສ້າງກິດຈະກຳ ຕ້ອນຮັບສາມວັນປະຫວັດສາດ, ຕ້ອນຮັບກອງປະຊຸມສາມຂັ້ນ ແລະ ຕ້ອນຮັບວັນຊາດທີ່ 2 ທັນວາ ເຊິ່ງເລີ່ມຈັດມາແຕ່ ວັນທີ່ 15/11/2018 ໄດ້ ມີຫລາຍລາຍການ ເຊັ່ນ: ການແຂ່ງຂັນກິລາ ມີ ສາມປະເພດ: ຜົນການແຂ່ງຂັນ ແຕະບານຊາຍແຊ້ມໄດ້ແກ່ ທິມໄຟຟ້າ, ບານສົ່ງຊາຍ ທິມແຊ້ມໄດ້ແກ່ທິມໄຟຟ້າເຄື່ອງເຢັນ, ບານສົ່ງຍິງແຊ້ມໄດ້ແກ່ທິມໄອທີ, ກະຕໍ້ຊາຍແຊ້ມໄດ້ແກ່ທິມ ກະສິກຳ ສຳລັບແຂ່ງຂັນສິນລະປະມີ ປະເພດຮ້ອງເພງທີ່ໜື່ງໄດ້ແກ່ ທ້າວ ດ່ອນວິໄລ ນັກສຶກສາຈາກສາຂາຄອມພີວເຕີທຸລະກິດ, ປະເພດບົດພ້ອນອັນດັບທີ່ໜື່ງໄດ້ແກ່ທິມນັກສຶກສາຈາກສາຂາ:ອາຫານ-ການໂຮງແຮມ ,ນອກຈາກນັ້ນໄດ້ມອບຂອງຂວັນໃຫ້ແກ່ນັກສຶກສາຜູ້ທີບໍລິຈາກເລືອດໃຫ້ອົງການກາແດງລາວ
ການພັດທະນາ
ວັນທີ 3/12/2018 ຢູ່ທີ່ພາກວິຊາກະສິກຳວິທະຍາເຂດດົງກະແສນຂອງວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ,ຕັ້ງຢູ່ບ້ານດົງກະແສນ,ເມືອງທ່າແຂກ,ແຂວງຄຳມ່ວນ, ໄດ້ມີທ່ານຜູ່ອຳນວຍການວິທະຍາໄລເຕັກນິກຮ້ອຍເອັດພ້ອມຄະນະໃນນາມອົງການ ໄທກາ ໄດ້ມາຢ້ຽມຢາມ ແລະ ຕິດຕາມການສ້າງສູນຮຽນຮູ້ດ້ານກະສິກຳເພື່ອຄວາມຍືນຍົງ ເຊີ່ງອົງການໄທກ້າໃຫ້ຄວາມຊ່ວຍເຫືລອໃນມູນຄ່າ ສີ່ລ້ານກ່ວາບາດ ເຊີ່ງມີຄວາມຄືບໜ້າໄປຫລາຍແລ້ວຄາດວ່າຈະເປີດສູນໃນຕົ້ນເດືອນສາມປີ 2019 ຈະມາເຖິງນີ້
ການຝຶກອົບຮົມ
ວັນທີ່ 30/11/2018 ທີ່ ວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ, ໄດ້ມີການປິດການຝຶກອົບຮົມວິຊາຊີບລະດັບສອງC2 ສາຂາ: ຕັດຫຍິບ ເຊິ່ງຝຶກອົບຮົມມາເປັນໄລຍະເວລາຫົກເດືອນ ແຕ່ວັນທີ່ 4/6/2018-30/11/2018 ເຊີ່ງເປັນໄລຍະສຸດທ້າຍຂອງໂຄງການພັດທະນາອາຊີວະສຶກສາໃນລາວ(VELA) ໄລຍະທີ່ 1 ,ໃນນັ້້ນມີສຳມະນາກອນເຂົ້າຮ່ວມ 38 ທ່ານ
ແຈ້ງການ
ບັນດານັກສຶກສາປີສຸດ ສົກປີ 2018-2019 ຂອງວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ,ມາເອົາປະຫວັດທີ່ຫ້ອງການວິຊາການໄປປະກອບໃຫ້ສຳເລັດໜົດທຸກຄົນ, ກຳນົດວັນທີ່ 4/12/2018-31/1/2019 .ໃຫ້ສຳເລັດ
ການປະກວດສິນລະປະວັນນະຄະດີ
ວັນທີ່ 21/11/2018 ທີ່ສະໂມສອນວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ,ໄດ້ມີການປະກວດສິນລະປະວັນນະຄະດີ, ປະຈຳສົກຮຽນ 2018-2019, ໃນນັ້ນມີ: ບົດພ້ອນ 13 ລາຍການ,ບົດເພງມີ 29 ເພງ ເຊີ່ງມີນັກສຶກສາທຸກສາຂາທີ່ເຂົ້າຮ່ວມການແຂ່ງຂັນ
ການຝຶກອົບຮົມ
ນັກຮຽນ C3 ສາຂາ: ການຕະຫລາດຂອງວິທະຍາໄລເຕັກນິກວິຊາຊີບແຂວງຄຳມ່ວນ,ພາຍໄຕ້ການສະໜັບສະໜູນຂອງໂຄງການສ້າງຄວາມເຂັ່ມແຂງວຽກວຽກງານອາຊີວະ ແລະ ແົບຮົມວິຊາຊີບໄລຍະທີ່ II (SSTVET) ເອົາໃຈໃສ່ຄົ້ນຄ້ວາບົດຮຽນເພື່ອກະກຽມເສັງຈົບວິຊາຄອມພີວເຕີ